Jump to content

ແຂວງຫົວພັນ

ຈາກ ວິກິພີເດຍ
ແຂວງຫົວພັນ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ແຂວງຫົວພັນ
ເມືອງເອກ ຊຳເໜືອ
ISO 3166-2 LA-HO
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 16,500 km²
ພົນລະເມືອງ​ 302,809 (2008 ຄາດຄະເນ) ຄົນ

ຫົວພັນ (ອັງກິດ: Houaphan) ແມ່ນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງພາກເໜືອ ຢູ່ທິດຕະເວັນອອກສຽງເໜືອຂອງແຂວງຊຽງຂວາງ ປະຫວັດສາດຂອງສອງແຂວງນີ້ມີຄວາມຄ້າຍຄືກັນ ພູມີປະເທດເປັນພູເຂົາສະຫລັບຊັບຊ້ອນ ພື້ນທີ່ສ່ວນໃຫຍ່ເປັນປ່າໄມ້ ອາກາດຄ່ອນຂ້າງໜາວ ປະກອບດ້ວຍຊົມກຸ່ມນ້ອຍກວ່າ 20 ເຜົ່າ ໄດ້ແກ່: ລາວລຸ່ມ, ໄທຂາວ, ໄທແດງ, ໄທເໜືອ, ໄທນ້ອຍ, ມົ້ງ, ຂະໝຸ ຯລຯ ສ່ວນໃຫຍ່ໃຊ້ພາສາຕະກູນພາສາ ລາວ-ໄຕ ແຂວງຫົວພັນ ==

ທີ່ຕັ້ງ

[ດັດແກ້]
  • ທິດຕາເວັນອອກ ແລະ ທິດເໜືອ ຕິດກັບ ສ.ສ ຫວຽດນາມ
  • ທິດໃຕ້ ຕິດກັບ ແຂວງຊຽງຂວາງ
  • ທິດຕາເວັນຕົກ ຕິດກັບ ແຂວງຫລວງພະບາງ

ແຂວງ ຫົວພັນ ເປັນແຂວງທີ່ມີອຸນຫະພູມສະພາບອາກາດ ເຢັນ, ໜາວ ເຊິ່ງຍາມຝົນອຸນຫະພູມສະເລ່ຍ 30 - 33 c° ແລະ ຍາມແລ້ງອຸນຫະພູມສະເລ່ຍ 0 - 2 c°, ບາງປີກໍມີຄວາມໜາວແຮງຮອດ (-4) - (0) c° ໂດຍສະເພາະແມ່ນປີ 1987, 1998 , 2015 ອຸນຫະພູມລດລົງຮອດ (-3) c°.

ການປົກຄອງ

[ດັດແກ້]

ແຂວງຫົວພັນປະກອບດ້ວຍ 10 ເມືອງຄື:

  1. 07-01 ເມືອງ ຊຳເໜືອ (Xamneua)
  2. 07-02 ເມືອງ ຊຽງຄໍ້ (Xiengkhor)
  3. 07-03 ເມືອງ ຮ້ຽມ (Hiam)
  4. 07-04 ເມືອງ ວຽງໄຊ (Viengxay)
  5. 07-05 ເມືອງ ຫົວເມືອງ (Huameuang)
  6. 07-06 ເມືອງ ຊຳໃຕ້ (Xamtay)
  7. 07-07 ເມືອງ ສົບເບົາ (Sop Bao)
  8. 07-08 ເມືອງ ແອດ (Et)
  9. 07-09 ເມືອງ ກວັນ (Kwan)
  10. 07-10 ເມືອງ ຊ່ອນ (Xone)

ສະຖານທີ່ທ່ອງທ່ຽວ

[ດັດແກ້]
*ເມືອງຊຳໃຕ້